Print
Star InactiveStar InactiveStar InactiveStar InactiveStar Inactive
 

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ ໃນລະຫວ່າງວັນທີ 26-29 ຕຸລາ 2020, ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານໂດຍ ທ່ານ ອັອດ ສິງສະຫວັດ, ຮອງຫົວໜ້າ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ ແລະ ທ່ານ ນາງ ຈິດຖະຫນອມ ອຸ່ນສີດາ, ຮອງຫົວໜ້າກົມສິ່ງແວດລ້ອມ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມີທິມງານ ຈາກກົມສິ່ງແວດລ້ອມ ກຊສ, ມີບັນດານັກວິທະຍາກອນ (ຄູຝຶກ) ຈາກ ພຊສ ແຂວງຫຼວງນໍ້າທາ ແລະ ມີນັກສໍາມະນາກອນ ຈາກພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຈໍານວນ 8 ແຂວງພາກເໜືອຄື: ແຂວງຜົ້ງສາລີ, ແຂວງອຸດົມໄຊ, ແຂວງຫຼວງນໍ້າທາ, ແຂວງບໍ່ແກ້ວ, ແຂວງຫຼວງພະບາງ, ແຂວງໄຊຍະບູລີ, ແຂວງຫົວພັນ ແລະ ແຂວງຊຽງຂວາງ, ເຂົ້າຮ່ວມທັງໝົດ 43 ທ່ານ, ຍິງ 22 ທ່ານ.

ກອງປະຊຸມຝຶກອົບຮົມຄັ້ງນີ້ ຈັດຂຶ້ນໂດຍ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ ແລະ ກົມສິ່ງແວດລ້ອມ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ໂດຍການສະໜັບສະໜູນທຶນຈາກ ລັດຖະບານເຢຍລະມັນ.

ຈຸດປະສົງໃນການຝຶກອົບຮົມຄັ້ງນີ້ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານວິຊາການ ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີຄວາມຮູ້, ຄວາມສາມາດໃນການສຶກສາດ້ານສິ່ງແວດລ້ອມ ແລະ ສ້າງຈິດສໍານຶກດ້ານສິ່ງແວດລ້ອມ ເຊິ່ງປະກອບມີບັນດາຫົວຂໍ້ທີ່ສໍາຄັນດັ່ງລຸ່ມນີ້:

  1. ວຽກງານການສຶກສາ ແລະ ສ້າງຈິດສໍານຶກ ດ້ານສິ່ງແວດລ້ອມ (EEA) ຕິດພັນກັບການພັນທະນາແບບຍືນຍົງ ແລະ ຕິດພັນກັບການສຶກສາສິ່ງແວດລ້ອມ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ແບບຍືນຍົງ.
  2. ຫຼັກການ
  3. ການປະເມີນຊຸມຊົນແບບມີສ່ວນຮ່ວມ (PRA).

 ການຝຶກອົບຮົມຄັ້ງນີ້ ເປັນຂິດໝາຍໜຶ່ງໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ພະນັກງານວິຊາການຜູ້ຮັບຜິດຊອບວຽກງານຄຸ້ມຄອງສິ່ງແວດລ້ອມ ໃຫ້ມີຄວາມຮູ້, ຄວາມສາມາດ ແລະ ເຂົາໃຈ ຕໍ່ກັບການສຶກສາຜົນກະທົບດ້ານສິ່ງແວດລ້ອມທີ່ຕິດພັນກັບການພັດທະນາແບບຍືນຍົງ, ພ້ອມທັງສ້າງຈິດສໍານຶກດ້ານສິ່ງແວດລ້ອມໃຫ້ສັງຄົມໄດ້ເຂົ້າໃຈ ແລະ ມີສ່ວນຮ່ວມໃນການປົກປັກຮັກສາ ແລະ ພັດທະນາດ້ານສິ່ງແວດລ້ອມແບບຍືນຍົງ.


ຄໍາສັບຫຍໍ້:

ກຊສ: ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 

ພຊສ: ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ