Print
Star InactiveStar InactiveStar InactiveStar InactiveStar Inactive
 

ກອງປະຊຸມໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 08-09 ຕຸລາ 2020 ຢູ່ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫຼວງນໍ້າທາ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ສົມຫັວງ ນາບຸນແພງ, ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ເປັນກຽດເຂົ້າຮ່ວມກອງປະຊຸມມີຄະນະພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນພະແນກຊັັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ເຂົ້າຮ່ວມທັງໝົດ 55 ທ່ານ, ຍິງ 24 ທ່ານ.

 

ໃນກອງປະຊມ, ທ່ານ ນາງ ອາລຸນນີ ຫຼ້າສຸກັນ ຄະນະພັກຮາກຖານ ພຊສ, ຫົວໜ້າຂະແໜງຈັດຕັ້ງ ແລະ ພະນັກງານໄດ້ຂຶ້ນຜ່ານຂໍ້ຕົກລົງຄະນະຮັບຜິດຊອບຍ້ອງຍໍ, ຜ່ານດໍາລັດວ່າດ້ວຍການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ສະບັບເລກທີ 300/ລບ, ລົງວັນທີ 13 ກັນຍາ 2017 ແລະ ຜ່ານຄໍາແນະນໍາການຈັດຕັ້ງປະຕິບັດວ່າດ້ວຍ ການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ສະບັບເລກທີ 06/ພນ, ລົງວັນທີ 02 ພຶດສະພາ 2018.

ໃນກອງປະຊຸມ ບັນດາທ່ານ ຫົວຫນ້າຂະແໜງ, ຮອງຫົວຫນ້າຂະແໜງ ແລະ ຕະຫຼອດຮອດພະນັກງານ-ລັດຖະກອນ ພາຍໃນ ພຊສ ໄດ້ຂຶ້ນຜ່ານບົດເກັບກ່ຽວຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານຂອງຕົນເອງໃນຮອບ 1 ປີຜ່ານມາ, ພ້ອມທັງຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ເນື້ອໃນບົດເກັບກ່ຽວຜົນສໍາເລັດຂອງບັນດາ ທ່ານ, ເພື່ອເຮັດໃຫ້ການປະເມີນຜົນຄັ້ງນີ້ມີປະສິດທິຜົນ ແລະ ຖືກຕ້ອງສອດຄ່ອງກັບການຈັດຕັ້ງປະຕິບັດວຽກງານຕົວຈິງໃນໄລຍະຜ່ານມາ, ພ້ອມທັງໄດ້ຕໍານິຕິຊົມຕໍ່ກັບບັນຫາຂໍ້ຄົງຄ້າງ ແລະ ທິດທາງແກ້ໄຂ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນໃນຕໍ່ໜ້າໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ.

ໃນຕອນທ້າຍກອງປະຊຸມ ທ່ານ ສົມຫັວງ ນາບຸນແພງ ຫົວຫນ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ, ຊຶ່ງທ່ານໄດ້ເໜັ້ນໜັກຕໍ່ຫຼາຍບັນຫາທີ່ສໍາຄັນຕໍ່ກັບການຊີ້ນໍາ-ນໍາພາ ແລະ ການຈັດຕັ້ງປະຕິບັດວຽກງານຂອງຫົວຫນ້າຂະແໜງ, ຮອງຫົວຫນ້າຂະແໜງໃນໄລຍະຜ່ານມາ ແລະ ໃຫ້ສືບຕໍ່ເອົາໃຈໃສ່ຊີ້ນໍາ-ນໍາພາດ້ານການເມືອງແນວຄິດໃຫ້ພະນັກງານ-ລັດຖະກອນໄດ້ເຊື່ອມຊືມຢ່າງເລິກເຊີິ່ງ, ເຕົ້າໂຮມຄວາມສາມັກຄີໃຫ້ໜັກແໜ້ນ, ໃຫ້ພະນັກງານ-ລັດຖະກອນເອົາໃຈໃສ່ເຊື່ອມຊືມ ແລະ ກໍາແໜ້ນຕໍ່ແນວທາງ, ນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ ແລະ ລະບຽບ, ກົດໝາຍຂອງລັດວາງອອກໃນແຕ່ລະໄລຍະ, ໃຫ້ມີຄູນທາດການເມືອງໜັກແໜ້ນ, ມີຄູນສົມບັດສິນທໍາປະຕິວັດ, ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້