Print
Star InactiveStar InactiveStar InactiveStar InactiveStar Inactive
 

ກອງປະຊຸມໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 06 ຕຸລາ 2020 ຢູ່ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ຄໍາໄຫຼ ສີປະເສີດ, ເລຂາຄະນະບໍລິຫານງານພັກແຂວງໆຫຼວງນໍ້າທາ, ເປັນກຽດເຂົ້າຮ່ວມກອງປະຊຸມມີ ທ່ານ ສົມຫັວງ ນາບຸນແພງ, ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ມີຄະນະພະແນກ, ຫົວໜ້າຂະແໜງ ແລະ ຮອງຫົວໜ້າຂະແໜງ ພາຍໃນພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ເຂົ້າຮ່ວມທັງໝົດ 24 ທ່ານ, ຍິງ 6 ທ່ານ.

ໃນກອງປະຊຸມ, ທ່ານ ນາງ ອາລຸນນີ ຫຼ້າສຸກັນ ຄະນະພັກຮາກຖານ ພຊສ, ຫົວໜ້າຂະແໜງຈັດຕັ້ງ ແລະ ພະນັກງານໄດ້ຂຶ້ນຜ່ານຂໍ້ຕົກລົງຄະນະຮັບຜິດຊອບຍ້ອງຍໍ, ຜ່ານດໍາລັດວ່າດ້ວຍການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ສະບັບເລກທີ 300/ລບ, ລົງວັນທີ 13 ກັນຍາ 2017 ແລະ ຜ່ານຄໍາແນະນໍາການຈັດຕັ້ງປະຕິບັດວ່າດ້ວຍ ການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນ ສະບັບເລກທີ 06/ພນ, ລົງວັນທີ 02 ພຶດສະພາ 2018.

ຫຼັງຈາກນັ້ນ, ທ່ານຫົວໜ້າພະແນກ ແລະ ຮອງຫົວຫນ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຂຶ້ນຜ່ານບົດເກັບກ່ຽວຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານໃນຮອບ 1 ປີຜ່ານມາ, ພ້ອມທັງຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ເນື້ອໃນບົດເກັບກ່ຽວຜົນສໍາເລັດຂອງບັນດາ ທ່ານຫົວໜ້າ, ພ້ອມດ້ວຍຄະນະພະແນກ, ເພື່ອເຮັດໃຫ້ການປະເມີນຜົນຄັ້ງນີ້ມີປະສິດທິຜົນ ແລະ ຖືກຕ້ອງສອດຄ່ອງກັບການຈັດຕັ້ງປະຕິບັດວຽກງານຕົວຈິງໃນໄລຍະຜ່ານມາ, ພ້ອມທັງໄດ້ຕໍານິຕິຊົມຕໍ່ກັບບັນຫາຂໍ້ຄົງຄ້າງ ແລະ ທິດທາງແກ້ໄຂ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ.

ໃນໂອກາດດັ່ງກ່າວ ທ່ານ ຄໍາໄຫຼ ສີປະເສີດ ເລຂາຄະນະບໍລິຫານງານພັກແຂວງ ໄດ້ໂອລົມຕໍ່ກອງປະຊຸມ, ຊຶ່ງທ່ານໄດ້ເໜັ້ນໜັກຕໍ່ຫຼາຍບັນຫາທີ່ສໍາຄັນຕໍ່ກັບການຊີ້ນໍາ-ນໍາພາ ແລະ ການຈັດຕັ້ງປະຕິບັດວຽກງານຂອງຫົວຫນ້າ, ຄະນະພະແນກໃນໄລຍະຜ່ານມາ ແລະ ໃຫ້ສືບຕໍ່ເອົາໃຈໃສ່ຊີ້ນໍາ-ນໍາພາດ້ານການເມືອງແນວຄິດໃຫ້ພະນັກງານ-ລັດຖະກອນໄດ້ເຊື່ອມຊືມຢ່າງເລິກເຊີິ່ງ, ເຕົ້າໂຮມຄວາມສາມັກຄີໃຫ້ໜັກແໜ້ນ, ພ້ອມກັນຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ສໍາເລັດຕາມຄາດໝາຍ, ກໍານົດແນວທາງນະໂຍບາຍຕໍ່ພະນັກງານ-ລັດຖະກອນໃຫ້ເໝາະສົມ ແລະ ເອົາໃຈໃສ່ຕໍ່ກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫົງບໃຫ້ໜັກແໜ້ນ.