Print
Star InactiveStar InactiveStar InactiveStar InactiveStar Inactive
 

ກອງປະຊຸມໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 05 ຕຸລາ 2020, ຢູ່ທີ່ຫ້ອງປະຊຸມຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫຼວງນໍ້າທາ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ສົມຫັວງ ນາບຸນແພງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ເຂົ້າຮ່ວມກອງປະຊຸມດັ່ງກ່າວມີຮອງຫົວໜ້າພະແນກ ຊສ, ຫົວໜ້າຂະແໜງ ແລະ ຮອງຂະແໜງ ພາຍໃນພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເຂົ້າຮ່ວມ.

ກອງປະຊຸມໄດ້ທົບທວນຄືນແຜນການຈັດຕັ້ງປະຕິບັດວຽກງານປະຈໍາເດືອນ ກັນຍາ ທີ່ຜ່ານມາ, ພ້ອມທັງໄດ້ປຶກສາຫາລືບັນຫາຂໍ້ຄົງຄ້າງ, ຂໍ້ຫຍຸ້ງຍາກ, ສາເຫດທີ່ພາໃຫ້ວຽກງານບໍ່ທັນໄດ້ຈັດຕັ້ງປະຕິບັດ ແລະ ພ້ອມກັນຫາທິດທາງແກ້ໄຂໃນຕໍ່ໜ້າ ເພື່ອເລັ່ງໃສ່ການຈັດຕັ້ງປະຕິວັດວຽກງານວິຊາສະເພາະໃຫ້ບັນລຸຄາດໝາຍສູ້ຊົນຕາມແຜນການປະຈໍາປີ 2020. ພ້ອມກັນນັ້ນກອງປະຊຸມຍັງໄດ້ຮັບຟັງການສ່ອງແສງລາຍງານການຈັດຕັ້ງເຄື່ອນໄຫວວຽກງານໃນໜຶ່ງເດືອນຜ່ານມາ ຂອງບັນດາຂະແໜງການພາຍໃນ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; ນອກຈາກນີ້ກອງປະຊຸມຍັງໄດ້ເປັນເອກະພາບກັນກໍານົດເອົາວຽກງານທີ່ສໍາຄັນຂອງບັນດາຂະແໜງ ທີ່ພົວພັນກັບການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອລົງຊຸກຍູ້ວຽກງານຮອບດ້ານໃຫ້ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 5 ເມືອງທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ, ເຊີ່ງໄດ້ກໍານົດເປັນສອງວາລະໃນການທີ່ຈະລົງຊຸກຍູ້ວຽກງານຮອບດ້ານຢູ່ບັນດາເມືອງຄື: ວາລະທີໜຶ່ງ ແມ່ນເຫັນດີຈັດກອງປະຊຸມລະດັນຂັ້ນເມືອງ ຊຶ່ງຈະໄດ້ເຊີນເອົາບັນດາຂະແໜງການອ້ອມຂ້າງເມືອງ ແລະ ບ້ານທີ່ກ່ຽວຂ້ອງ ເຂົ້າຮ່ວມຮັບຟັງການເຜີຍແຜ່ປະຊາສໍາພັນບັນດານິຕິກໍາຕ່າງໆ ແລະ ຄວາມສໍາຄັນຂອງວຽກງານການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງພາຍໃນເມືອງໄດ້ຮັບຮູ້, ເຊື່ອມຊື່ມ, ພ້ອມທັງນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີກວ່າເກົ່າ ແລະ ວາລະທີສອງ ແມ່ນຈະໄດ້ລົງເລິກຊຸກຍູ້ວຽກງານວິຊາສະເພາະໃຫ້ໜ່ວຍງານທີ່ກ່ຽວຂ້ອງພາຍໃນ ຫ້ອງການຊັບພະຍາກອນທໍາທະຊາດ ແລະ ສິ່ງແວດລ້ອມເມືອງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ບັນລຸຜົນສໍາເລັດຕາມຄາດໝາຍທີ່ໄດ້ກໍານົດໄວ້.