Print
Star InactiveStar InactiveStar InactiveStar InactiveStar Inactive
 

 

ຕອນແລງຂອງ​ວັນ​ທີ 26 ກັນຍາ 2020 ຜ່ານມານີ້​ ຢູ່ທີ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນໍ້າທາ ​ໄດ້ມີພິທີມອບ-ຮັບເຄື່ຶອງອຸປະກອນໄອທີ, ໂດຍການເປັນປະທານຂອງ ທ່ານ ສຸກສັນ ພົນປະດິດ ຄະນະພັກຮາກຖານ, ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ມີ ທ່ານ ສົມອຸລາ ຍະພິຈິດ ຫົວໜ້າພະແນກ ຂ່າວສານ ແລະ ອິນເຕີເນັດ ຫ້ອງການ ກຊສ ແລະທ່ານ ບຸນເຕີມ ສີສຸພັນທະວົງ ຫົວໜ້າພະແນກພະຍາກອນອາກາດ ກົມອຸຕຸນິຍົມ ແລະ ອຸທົກກະສາດ ກຊສ, ມີບັນດາຜູ້ຕ່າງໜ້າຂະແໜງການ​ທີ່ກ່ຽວຂ້ອງ, ຕະຫຼອດ​ຮອດ​ພະນັກງານ​ວິຊາ​ການ ພາຍ​ໃນ​ ພຊສ ແລະ ຫຊສ ສອງເມືອງ ​ເຂົ້າ​ຮ່ວມທັງ​ໝົດ 14 ທ່ານ; ຍິງ 3 ທ່ານ.

         

ເຄື່ອງອຸປະກອນໄອທີທີ່ທາງ ກຊສ ມາມອບຄັ້ງນີ້ປະກອບມີ:

  1. ເຄື່ອງອຸປະກອນຮັບໃຊ້ກອງປະຊຸມທາງໄກ (Video Conference System) ຈໍານວນ 1 ຊຸດ ເຄື່ອງ, ມູນຄ່າ 36.000.000 ກີບ ມອບໃຫ້ ພຊສ ນໍາໃຊ້.
  2. ຄອມພິວເຕີຕັ້ງໂຕ, ເຄື່ອງພີມ ແລະ ເຄື່ອງ UPS ຈໍານວນ 4 ຊຸດ, ຊຸດລະ 10.000.000 ກີບ, ໃນນີ້ມອບໃຫ້ຂະແໜງຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ, ສະຖານີອຸຕຸນິຍົມສະໜາມບິນແຂວງຫຼວງນໍ້າທາ, ຫ້ອງການ ຊສ ເມືອງນາແລ ແລະ ຫ້ອງການ ຊສ ເມືອລອງ ພາກສ່ວນລະ 1 ຊຸດ.

ເຄື່ອງອຸປະກອນທີ່ໄດ້ມອບຄັ້ງນີ້ລວມມູນຄ່າທັງໝົດເປັນເງິນຈໍານວນ 76.000.000 ກີບ. ເປັນກຽດກ່າວມອບໂດຍທີມງານຈາກກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ເປັນກຽດກ່າວຮັບໂດຍ ທ່ານ ສຸກສັນ ພົນປະດິດ, ຄະນະພັກຮາກຖານ, ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ພ້ອມດຽວກັນນັ້ນ ທາງທິມງານຈາກ ກຊສ ຍັງໄດ້ຊ່ວຍແນະນໍາວິທີການຕິດຕັ້ງ ແລະ ນໍາໃຊ້ເຄື່ອງອຸປະກອນປະຊຸມທາງໄກ (Video Conference System) ໃຫ້ພາກສ່ວນຮັບຜິດຊອບພາຍໃນ ພຊສ ແຂວງຫຼວງນໍ້າທາ. 

ເນື່ອງໃນໂອກາດດັ່ງກ່າວ ທ່ານ ສຸກສັນ ພົນປະດິດ ຮອງຫົວໜ້າ ພຊສ ແຂວງ, ກໍ່ໄດ້ກ່າວຄໍາຂອບໃຈ ມາຍັງຂັ້ນເທິງທີ່ເປັນຫ່ວງເປັນໄຍໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ແລະ ໄດ້ນໍາເອົາເຄື່ອງອຸປະກອນດັ່ງກ່າວມາມອບໃຫ້ ພຊສ ຄັ້ງນີ້ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະໄດ້ນໍາໃຊ້ເຂົ້າໃນວຽກງານວິຊາສະເພາະຕາມເປົ້າໝາຍ ໃຫ້ໄດ້ຮັບຜົນດີທັງຄຸນນະພາບ ແລະ ປະລິມານ, ພ້ອມທັງຈະເອົາໃຈໃສ່ປົກປັກຮັກສາ ແລະ ນໍາໃຊ້ ໃຫ້ຍາວນານ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ມີຄວາມສະດວກ, ວ່ອງໄວ ແລະ ໄດ້ຮັບຜົນດີກວ່າເກົ່າ.

 

ຄໍາສັບຫຍໍ້:

ກຊສ: ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ

ພຊສ: ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ

ຫຊສ: ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ